Skip to main content
TikTok LogoTikTok Logo
ພາບລວມ

ແນວທາງປະຕິບັດສຳລັບຊຸມຊົນ

ໃນ ວັນທີ 17 ເມສາ 2024, ພວກເຮົາຈະອັບເດດແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ ເພື່ອຊ່ວຍຮັກສາໃຫ້ TikTok ປອດໄພ, ຄອບຄຸມ ແລະ ຕ້ອນຮັບທຸກຄົນ. ກວດເບິ່ງແນວທາງປະຕິບັດໃໝ່ສຳລັບຊຸມຊົນ ທີ່ນີ້.

ພາບລວມ

ອັບເດດລ້າສຸດ, ມີນາ 2023

ພາລະກິດຂອງພວກເຮົາແມ່ນການສ້າງແຮງບັນດານໃຈໃຫ້ເກີດຄວາມຄິດສ້າງສັນ ແລະ ນຳເອົາຄວາມສຸກມາໃຫ້. ພວກເຮົາປາຖະໜາທີ່ຈະປົດລັອກຈິນຕະນາການຂອງມະນຸດດ້ວຍການສະແດງອອກທີ່ສ້າງສັນ ແລະ ເປັນແຫຼ່ງຂອງຄວາມບັນເທີງ ແລະ ສ້າງຄວາມອຸດົມສົມບູນຢູ່ທົ່ວທຸກແຫ່ງ. ພວກເຮົາຍິນດີຕ້ອນຮັບຜູ້ຄົນຈາກທົ່ວໂລກ, ຍ້ອນວ່າເຂົາເຈົ້າມາ TikTok ເພື່ອຄົ້ນພົບຄວາມຫຼາກຫຼາຍຂອງແນວຄວາມຄິດ, ຜູ້ສ້າງ ແລະ ຜະລິດຕະພັນ, ແລະ ເພື່ອເຊື່ອມຕໍ່ກັບຄົນອື່ນໃນຊຸມຊົນຂອງພວກເຮົາ.

ເພື່ອຊ່ວຍຮັບປະກັນປະສົບການທີ່ປອດໄພ, ເຊື່ອຖືໄດ້, ແລະ ມີຊີວິດຊີວາ, ພວກເຮົາຮັກສາຊຸດຂອງແນວທາງປະຕິບັດສຳລັບຊຸມຊົນ ເຊິ່ງລວມມີກົດລະບຽບ ແລະ ມາດຕະຖານການນຳໃຊ້ TikTok. ແນວທາງປະຕິບັດນຳໃຊ້ກັບທຸກຄົນ ແລະ ທຸກຢ່າງໃນແພັດຟອມຂອງພວກເຮົາ. ພວກເຂົາເຈົ້າໄດ້ຖືກແຈ້ງໃຫ້ຊາບໂດຍກອບກົດໝາຍສາກົນ, ການປະຕິບັດທີ່ດີທີ່ສຸດຂອງອຸດສາຫະກໍາ, ແລະ ຂໍ້ມູນຈາກຊຸມຊົນຂອງຂອງພວກເຮົາ, ຜູ້ຊ່ຽວຊານດ້ານຄວາມປອດໄພ ແລະ ສາທາລະນະສຸກ, ແລະ ສະພາທີ່ປຶກສາພາກພື້ນຂອງພວກເຮົາ. ພວກເຮົາພັດທະນາພວກມັນເພື່ອແກ້ໄຂຄວາມສ່ຽງ ແລະ ອັນຕະລາຍທີ່ອາດຈະເກີດຂຶ້ນຈາກພຶດຕິກຳໃໝ່.

ວິທີການຂອງພວກເຮົາໃນການຮູ້ຈັກການກັ່ນຕອງດ້ານເນື້ອຫາແມ່ນສ້າງຂຶ້ນໃນສີ່ເສົາຫຼັກ:

  1. ລົບເນື້ອຫາທີ່ລະເມີດ ອອກຈາກແພັດຟອມທີ່ລະເມີດກົດລະບຽບຂອງພວກເຮົາ
  2. ຈໍາກັດອາຍຸຂອງເນື້ອຫາສໍາລັບຜູ້ໃຫຍ່ ສະນັ້ນມັນຈຶ່ງເບິ່ງໄດ້ໂດຍຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ
  3. ຮັກສາມາດຕະຖານການມີສິດໄດ້ຟີດຟໍຍູ (FYF) ເພື່ອຊ່ວຍຮັບປະກັນວ່າເນື້ອຫາໃດໆທີ່ອາດຈະຖືກສົ່ງເສີມດ້ວຍລະບົບການແນະນຳຂອງພວກເຮົາແມ່ນເໝາະສົມສໍາລັບຜູ້ຊົມກວ້າງ
  4. ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຂອງພວກເຮົາ ດ້ວຍຂໍ້ມູນ, ເຄື່ອງມື ແລະ ຊັບພະຍາກອນຕ່າງໆ

ແນວທາງປະຕິບັດຂອງພວກເຮົາຖືກຈັດລຽງຕາມຫົວຂໍ້, ໂດຍແຕ່ລະກົດລະບຽບຈະສະແດງເປັນຕົວໜາ. ພາຍໃຕ້ແຕ່ລະພາກສ່ວນ ທ່ານສາມາດຄລິກເບິ່ງຂໍ້ມູນເພີ່ມເຕີມທີ່ທ່ານສາມາດຫາຄໍານິຍາມ, ຕົວຢ່າງສະເພາະ, ແລະ ຄວາມກະຈ່າງແຈ້ງຕໍ່ຄໍາຖາມທົ່ວໄປກ່ຽວກັບສິ່ງທີ່ຖືກອະນຸຍາດ. ກະລຸນາຮັບຊາບວ່າຕົວຢ່າງ ບໍ່ໄດ້ ກວມເອົາທຸກສິ່ງທຸກຢ່າງ (ພວກເຮົາແຈ້ງສິ່ງນີ້ລ່ວງໜ້າເພື່ອວ່າທ່ານບໍ່ຈໍາເປັນຕ້ອງອ່ານປະໂຫຍກຊ້ຳຊ້ອນ “ລວມທັງ, ແຕ່ບໍ່ຈໍາກັດ”).

ຖ້າທ່ານສົງໄສກ່ຽວກັບສິ່ງທີ່ຈະແບ່ງປັນ, ຈົ່ງຈື່ໄວ້ວ່າຄ່ານິຍົມຫຼັກນີ້ – “ມີເມດຕາ ແລະ ປະຕິບັດຕໍ່ຄົນອື່ນໃນແບບທີ່ທ່ານຢາກໄດ້ຮັບການປະຕິບັດ.” ຂອບໃຈທີ່ຊ່ວຍເຮັດໃຫ້ TikTok ເປັນພື້ນທີ່ຕ້ອນຮັບສຳລັບທຸກຄົນ!

ການຮັກສາຊຸມຊົນຂອງພວກເຮົາໃຫ້ປອດໄພ ແລະ ມີຊີວິດຊີວາຮຽກຮ້ອງໃຫ້ມີການຊອກຄວາມສົມດູນທີ່ເໝາະສົມລະຫວ່າງການສະແດງອອກ ແລະ ການປ້ອງກັນອັນຕະລາຍ. ພວກເຮົາເຮັດສິ່ງນີ້ໂດຍຜ່ານວິທີການປະສົມປະສານແນວທາງດ້ານຄວາມປອດໄພ, ຈາກການພັດທະນາກົດລະບຽບ ແລະ ມາດຕະຖານທີ່ພວກເຮົາບັງຄັບໃຊ້, ໄປຈົນເຖິງການສ້າງມາດຕະຖານແພັດຟອມ ແລະ ຊັບພະຍາກອນທີ່ໃຫ້ສະມາຊິກຊຸມຊົນຂອງພວກເຮົາມີຕົວແທນ ແລະ ທາງເລືອກຫຼາຍຂຶ້ນ.

  1. ລົບເນື້ອຫາທີ່ລະເມີດ. ທຸກຄົນເຂົ້າຮ່ວມ TikTok ດ້ວຍຄວາມສາມາດໃນການແບ່ງປັນເນື້ອຫາໃນແພັດຟອມຂອງພວກເຮົາຢ່າງເສລີ. ຢ່າງໃດກໍ່ຕາມ, ພວກເຮົາມີກົດລະບຽບກ່ຽວກັບເນື້ອຫາທີ່ເປັນອັນຕະລາຍທີ່ພວກເຮົາບໍ່ອະນຸຍາດ. ພວກເຮົາພະຍາຍາມລົບເນື້ອຫາໃດ, ບໍ່ວ່າຈະເປັນການໂພສສາທາລະນະ ຫຼື ສ່ວນຕົວທີ່ລະເມີດກົດລະບຽບຂອງພວກເຮົາ. ເຖິງແມ່ນວ່າພວກເຮົາເຮັດວຽກໜັກ ເພື່ອບັງຄັບໃຊ້ກົດລະບຽບຂອງພວກເຮົາ, ພວກເຮົາບໍ່ສາມາດຮັບປະກັນວ່າ ເນື້ອຫາທັງໝົດທີ່ແບ່ງປັນໃນ TikTok ປະຕິບັດຕາມ ເງື່ອນໄຂການໃຫ້ບໍລິການ ຫຼື ແນວທາງປະຕິບັດຊຸມຊົນຂອງພວກເຮົາ. ຖ້າຄົນໃດໜຶ່ງມີການລະເມີດທີ່ຮ້າຍແຮງຫຼືລະເມີດຊ້ໍາ, ພວກເຮົາຈະຫ້າມໃຊ້ບັນຊີ. ຂໍ້ມູນກ່ຽວກັບການບັງຄັບໃຊ້ບັນຊີສາມາດພົບໄດ້ ທີ່ນີ້.
  2. ຈໍາກັດອາຍຸຂອງເນື້ອຫາສໍາລັບຜູ້ໃຫຍ່.ຄວາມກວ້າງຂອງເນື້ອຫາທີ່ຖືກແບ່ງປັນໃນ TikTok ແມ່ນກວ້າງຂວາງ, ເຊິ່ງເປັນສິ່ງທີ່ເພີ່ມຄວາມຫຼາກຫຼາຍຂອງປະສົບການ. ຢ່າງໃດກໍຕາມ, ບໍ່ແມ່ນທັງໝົດຂອງມັນຈະເໝາະສົມສໍາລັບຜູ້ຊົມທີ່ອາຍຸຍັງນ້ອຍ. ພວກເຮົາຈຳກັດເນື້ອຫາສຳລັບຜູ້ໃຫຍ່ທີ່ເປີດເຜີຍເກີນໄປ ສະນັ້ນ ມັນຈຶ່ງເບິ່ງໄດ້ໂດຍຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ. ບົດສະຫຼຸບຂອງເນື້ອຫາທີ່ຈໍາກັດອາຍຸສາມາດພົບໄດ້ ທີ່ນີ້.
  3. ຮັກສາມາດຕະຖານການມີສິດໄດ້ຮັບຮອງຟີດຟໍຍູ (FYF). FYF ສະເໜິໂອກາດໃຫ້ຜູ້ຊົມຄົ້ນພົບເນື້ອຫາໃໝ່ ແລະ ສໍາລັບຜູ້ສ້າງເພື່ອເຂົ້າເຖິງຜູ້ຊົມໃໝ່. ແຕ່ບໍ່ຮັບປະກັນການສົ່ງເສີມດ້ວຍລະບົບການແນະນຳຂອງພວກເຮົາ. ເນື້ອຫາທີ່ບໍ່ເໝາະສົມສໍາລັບຜູ້ຊົມທີ່ໃຊ້ງານຈະບໍ່ມີສິດສໍາລັບ FYF. ບົດສະຫຼຸບຂອງມາດຕະຖານເຫຼົ່ານີ້ສາມາດພົບໄດ້ທີ່ນີ້.
  4. ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຂອງພວກເຮົາ. ພວກເຮົາຕ້ອງການໃຫ້ແນ່ໃຈວ່າທ່ານມີຂໍ້ມູນທີ່ຖືກຕ້ອງເພື່ອຊ່ວຍໃຫ້ທ່ານຈັດການປະສົບການຂອງທ່ານໃນ TikTok. ສໍາລັບເນື້ອຫາສະເພາະ, ພວກເຮົາເພີ່ມປ້າຍກຳກັບ, ໜ້າຈໍ “ເລືອກເຂົ້າຮ່ວມ”, ຫຼື ຄຳເຕືອນເພື່ອໃຫ້ສະພາບການ ຫຼື ແຈ້ງການເພີ່ມເຕີມ. ຊຸດເຄື່ອງມືຄວາມປອດໄພຂອງພວກເຮົາຊ່ວຍໃຫ້ທ່ານສາມາດກັ່ນຕອງເນື້ອຫາໃດໆທີ່ມີແຮັສແທັກ ຫຼື ຄໍາເຫັນທີ່ທ່ານບໍ່ສະບາຍໃຈ. ພວກເຮົາຍັງສະເໜີໃຫ້ ການຄວບຄຸມບັນຊີຜູ້ຊົມໃຊ້ ແລະ ຜ່ານຄຸນລັກສະນະຕ່າງໆໃນແອັບດ້ວຍ ຊັບພະຍາກອນຄວາມປອດໄພ.

Next article

ຫຼັກການສຳລັບຊຸມຊົນ

Read next