TikTok LogoTikTok Logo
ພາບລວມ

ແນວທາງປະຕິບັດສຳລັບຊຸມຊົນ

ພາບລວມ

ແຈ້ງການ 17 ເມສາ, 2024

ມີຜົນນໍາໃຊ້ 17 ພຶດສະພາ, 2024

TikTok ຄືແຫຼ່ງກຳເນີດຄວາມບັນເທີງ ແລະ ຄວາມງົດງາມທີ່ທ່ານສາມາດຄົ້ນຫາ, ສ້າງ ແລະ ເຊື່ອມຕໍ່ກັບຄົນອື່ນທົ່ວໄປ. ພາລະກິດຂອງພວກເຮົາແມ່ນການສ້າງແຮງບັນດານໃຈໃຫ້ເກີດຄວາມຄິດສ້າງສັນ ແລະ ນຳເອົາຄວາມສຸກມາໃຫ້.

ພວກເຮົາມີແນວທາງປະຕິບັດສຳລັບຊຸມຊົນເພື່ອສ້າງປະສົບການທີ່ ເປັນມິດ, ປອດໄພ ແລະ ມ່ວນຊື່ນ. ແນວທາງປະຕິບັດນຳໃຊ້ກັບທຸກຄົນ ແລະ ທຸກຢ່າງໃນແພລັດຟອມຂອງພວກເຮົາ. ພວກມັນປະກອບດ້ວຍກົດລະບຽບສຳລັບສິ່ງທີ່ອະນຸຍາດໃນ TikTok, ພ້ອມທັງມາດຕະຖານສຳລັບສິ່ງທີ່ເຂົ້າເກນສຳລັບຟີດສຳລັບທ່ານ (FYF). ເພື່ອຮັບມືກັບຄວາມສ່ຽງ ແລະ ອັນຕະລາຍໃໝ່ໆ, ແນວທາງປະຕິບັດໄດ້ຮັບການອັບເດດຢ່າງຕໍ່ເນື່ອງ.

ເພື່ອຊ່ວຍໃຫ້ທ່ານອ່ານແນວທາງປະຕິບັດ, ພວກເຮົາໄດ້ຈັດແບ່ງອອກຕາມຫົວຂໍ້ ແລະ ໄຮໄລ້ແຕ່ລະກົດລະບຽບດ້ວຍຕົວໜັງສືເຂັ້ມ. ພາຍໃຕ້ແຕ່ລະພາກສ່ວນ, ທ່ານສາມາດຄລິກ ຂໍ້ມູນເພີ່ມເຕີມ ສຳລັບນິຍາມ, ຕົວຢ່າງ ແລະ ຄຳອະທິບາຍເພີ່ມສຳລັບຄຳຖາມທົ່ວໄປ. ຕົວຢ່າງ ບໍ່ ຄອບຄຸມທຸກສິ່ງ (ພວກເຮົາແຈ້ງໃຫ້ທ່ານຮັບຊາບໃນຕອນນີ້ ເພື່ອວ່າທ່ານຈະບໍ່ຈຳເປັນຕ້ອງອ່ານຂໍ້ຄວາມທີ່ວ່າ "ລວມເຖິງແຕ່ບໍ່ຈຳກັດພຽງ" ຢູ່ຊໍ້າໆ). ຖ້າທ່ານມີຂໍ້ສົງໄສກ່ຽວກັບສິ່ງທີ່ຈະແບ່ງປັນ, ກະລຸນາໃຊ້ຄວາມເມດຕາ ແລະ ປະຕິບັດຕໍ່ຄົນອື່ນດ້ວຍວິທີການທີ່ທ່ານຕ້ອງການໃຫ້ຄົນອື່ນປະຕິບັດຕໍ່ທ່ານ.

ຂອບໃຈທີ່ຊ່ວຍເຮັດໃຫ້ TikTok ເປັນພື້ນທີ່ຕ້ອນຮັບສຳລັບທຸກຄົນ!

ການຄວບຄຸມເນື້ອຫາ

ການເຮັດໃຫ້ແພລັດຟອມຂອງພວກເຮົາປອດໄພ, ໄວ້ໃຈໄດ້ ແລະ ໜ້າຕື່ນເຕັ້ນແມ່ນຈຳເປັນຕ້ອງມີການສົມດຸນລະຫວ່າງການສະແດງອອກທີ່ສ້າງສັນ ແລະ ການປ້ອງກັນອັນຕະລາຍ. ພວກເຮົາຈະໃຊ້ວິທີການຮັກສາຄວາມປອດໄພທີ່ປະສົມປະສານກັນເພື່ອຊອກຫາຄວາມສົມດຸນທີ່ເໝາະສົມ:

ລຶບ ເນື້ອຫາທີ່ພວກເຮົາບໍ່ອະນຸຍາດ

ທຸກຄົນທີ່ ເຂົ້າຮ່ວມ TikTok ມີຄວາມສາມາດໃນການແບ່ງປັນເນື້ອຫາໃນແພລັດຟອມຂອງພວກເຮົາຢ່າງເສລີ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຈະລຶບເນື້ອຫາທີ່ພວກເຮົາພົບວ່າລະເມີດກົດລະບຽບຂອງພວກເຮົາ ບໍ່ວ່າຈະໂພສສູ່ສາທາລະນະ ຫຼື ສ່ວນຕົວ.

ຈຳກັດເນື້ອຫາທີ່ບໍ່ເໝາະສົມສຳລັບເຍົາວະຊົນ

ພວກເຮົາອະນຸຍາດເນື້ອຫາທີ່ຫຼາກຫຼາຍໃນແພລັດຟອມຂອງພວກເຮົາ, ແຕ່ພວກເຮົາກໍ່ຍັງຮັບຮູ້ວ່າບໍ່ແມ່ນທຸກເນື້ອຫາຈະເໝາະສົມສຳລັບຜູ້ເບິ່ງທີ່ມີອາຍຸນ້ອຍ. ພວກເຮົາຈຳກັດເນື້ອຫາທີ່ອາດບໍ່ເໝາະສົມ ເພື່ອວ່າຈະມີພຽງແຕ່ຜູ້ໃຫຍ່ເທົ່ານັ້ນທີ່ເບິ່ງມັນໄດ້ (ອາຍຸ 18 ປີຂຶ້ນໄປ). ບົດສະຫຼຸບຂອງເນື້ອຫາທີ່ຈໍາກັດສາມາດພົບໄດ້ ທີ່ນີ້.

ຕັດສິດເນື້ອຫາ FYF ທີ່ບໍ່ເຂົ້າເກນມາດຕະຖານການແນະນໍາຂອງພວກເຮົາ

FYF ແມ່ນໂອກາດເພື່ອຄົ້ນຫາເນື້ອຫາໃໝ່ໆ ແລະ ເຂົ້າເຖິງຜູ້ເບິ່ງໃໝ່ໆ, ແຕ່ມັນບໍ່ຮັບປະກັນວ່າທຸກເນື້ອຫາຈະໄດ້ຮັບການແນະນໍາ. ເນື້ືອຫາທີ່ບໍ່ເຂົ້າເກນມາດຕະຖານຂອງພວກເຮົາແມ່ນຈະບໍ່ເຂົ້າເກນສຳລັບ FYF. ບົດສະຫຼຸບຂອງມາດຕະຖານເຫຼົ່ານີ້ສາມາດພົບໄດ້ ທີ່ນີ້.

ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນຂອງພວກເຮົາ ດ້ວຍຂໍ້ມູນ, ເຄື່ອງມື ແລະ ຊັບພະຍາກອນຕ່າງໆ

ພວກເຮົາຕ້ອງການໃຫ້ແນ່ໃຈວ່າທ່ານມີຂໍ້ມູນທີ່ຖືກຕ້ອງເພື່ອຊ່ວຍໃຫ້ທ່ານຈັດການປະສົບການຂອງທ່ານໃນ TikTok. ພວກເຮົາອາດເພີ່ມປ້າຍກຳກັບ, ໜ້າຈໍ "ເລືອກເຂົ້າຮ່ວມ" ຫຼື ຄຳເຕືອນເພື່ອໃຫ້ບໍລິບົດເພີ່ມເຕີມ. ຊຸດເຄື່ອງມືປ້ອງກັນຄວາມປອດໄພ ຂອງພວກເຮົາສາມາດຊ່ວຍໃຫ້ທ່ານກັ່ນກອງເນື້ອຫາທີ່ມີແຮສແທັກ ຫຼື ຄຳຄິດເຫັນສະເພາະທີ່ທ່ານບໍ່ສະບາຍໃຈເມື່ອພົບເຫັນ ແລະ ພວກເຮົາຍັງໃຫ້ມີ ການຄວບຄຸມບັນຊີ ແລະ ຄຸນສົມບັດໃນແອັບທີ່ມີ ຊັບພະຍາກອນຄວາມປອດໄພ.