TikTok LogoTikTok Logo
ສິນຄ້າຄວບຄຸມ ແລະ ກິດຈະກໍາທາງການຄ້າ

ສິນຄ້າຄວບຄຸມ ແລະ ກິດຈະກໍາທາງການຄ້າ

ແຈ້ງການ 17 ເມສາ 2024

ມີຜົນນໍາໃຊ້ 17 ພຶດສະພາ 2024

TikTok ແມ່ນສະຖານທີ່ທີ່ທ່ານອາດແບ່ງປັນ ຫຼື ຊອກຫາຂໍ້ມູນກ່ຽວກັບສິນຄ້າທີ່ມີການຄວບຄຸມ ຫຼື ກິດຈະກຳທາງການຄ້າ. ເພື່ອຮັບປະກັນວ່າພວກເຮົາຈັດຫາພື້ນທີ່ໃຫ້ທ່ານໄດ້ຮຽນຮູ້ ໂດຍບໍ່ມີຄວາມສ່ຽງຕໍ່ຄວາມເສຍຫາຍທາງດ້ານຮ່າງກາຍ ຫຼື ທາງດ້ານການເງິນ, ພວກເຮົາກັ່ນກອງເນື້ອຫາທີ່ກ່ຽວຂ້ອງກັບສິນຄ້າ ຫຼື ກິດຈະກໍາທີ່ອາດຈະມີຄວາມສ່ຽງ, ເສບຕິດ, ອັນຕະລາຍ, ສໍ້ໂກງ ຫຼື ຕ້ອງການຄວາມລະມັດລະວັງສູງກວ່າ. ສໍາລັບສິນຄ້າ ແລະ ການບໍລິການບາງຢ່າງ (ເຊັ່ນ: ການພະນັນ ແລະ ເຄື່ອງດື່ມປະເພດມຶນເມົາ), ພວກເຮົາໄດ້ສ້າງຂໍ້ຍົກເວັ້ນທີ່ຈໍາກັດສໍາລັບການໂຄສະນາທີ່ຈ່າຍເງິນໂດຍຜູ້ໂຄສະນາ ເຊິ່ງໄດ້ຜ່ານການອະນຸຍາດໂດຍ TikTok, ຖ້າພວກເຂົາປະຕິບັດຕາມ ຂໍ້ຈໍາກັດ, ກົດໝາຍ ແລະ ຂໍ້ບັງຄັບກ່ຽວກັບການກຳນົດເປົ້າໝາຍອາຍຸທີ່ກ່ຽວຂ້ອງທັງໝົດ (ຮຽນຮູ້ເພີ່ມເຕີມກ່ຽວກັບນະໂຍບາຍການໂຄສະນາຂອງພວກເຮົາ).

ການພະນັນ

ຜູ້ຄົນຈຳນວນຫຼາຍທົ່ວໂລກຊອກຫາຄວາມບັນເທີງຜ່ານເກມທີ່ມີການພະນັນກ່ຽວຂ້ອງ. ພວກເຮົາຮັບຮູ້ວ່າການໃຊ້ເງິນເພື່ອສ່ຽງດວງໃນເກມ ຫຼື ການເດີມພັນອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ບາງຄົນ, ລວມທັງການສູນເສຍທາງດ້ານການເງິນທີ່ຮ້າຍແຮງ ຫຼື ບັນຫາສຸຂະພາບຈິດ. ພວກເຮົາບໍ່ອະນຸຍາດໃຫ້ມີ ການອຳນວຍຄວາມສະດວກ ຫຼື ການຕະຫຼາດ ສຳລັບການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືການພະນັນ.

ພວກເຮົາຍັງຮັບຮູ້ວ່າການພະນັນສາມາດເຮັດໃຫ້ຄົນໜຸ່ມມີຄວາມສ່ຽງສູງຂຶ້ນຕໍ່ອັນຕະລາຍ ແລະ ອາດບໍ່ເໝາະສົມສຳລັບກຸ່ມເປົ້າໝາຍທັງໝົດ. ເນື້ອຫາແມ່ນຈຳກັດ (18 ປີຂຶ້ນໄປ) ແລະ ບໍ່ເຂົ້າເກນສຳລັບ FYF ຖ້າມັນສະແດງ ຫຼື ສ້າງຄວາມປະທັບໃຈກ່ຽວກັບການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືການພະນັນ.

ຂໍ້ມູນເພີ່ມເຕີມ

ການພະນັນ ແມ່ນການພະນັນເງິນ (ລວມທັງສະກຸນເງິນດິຈິຕອນເຊັ່ນ: ບິດຄອຍ) ຫຼື ບາງສິ່ງບາງຢ່າງທີ່ຕີເປັນມູນຄ່າເງິນໃນບາງສະຖານະການ ທີ່ມີໂອກາດໄດ້ຮັບເງິນຄືນ ຫຼື ຊະນະທີ່ບໍ່ແນ່ນອນ, ສຳລັບຜົນໄດ້ຮັບທາງການເງິນ.

ກິດຈະກຳທີ່ມີລັກສະນະຄ້າຍຄືການພະນັນ ໝາຍເຖິງກິດຈະກຳທີ່ບໍ່ໄປຮອດລະດັບການພະນັນ, ແຕ່ມີພຶດຕິກຳທີ່ຄ້າຍຄືກັນ ແລະ ມີຄວາມສ່ຽງທີ່ຄ້າຍຄືກັນ, ເຊັ່ນ: ຄາຊິໂນໃນສື່ສັງຄົມ ແລະ ຊອບແວທີ່ກ່ຽວຂ້ອງກັບການພະນັນ.

ບໍ່ອະນຸຍາດ

  • ການອຳນວຍຄວາມສະດວກໃຫ້ແກ່ການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄືກັບການພະນັນ, ເຊັ່ນ: ການໃຫ້ລິ້ງໄປຫາການບໍລິການພະນັນ
  • ການຕະຫຼາດກ່ຽວກັບການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືການພະນັນ, ເຊັ່ນ: ການສົ່ງເສີມໃຫ້ຄົນເຂົ້າເບິ່ງເວັບໄຊ ຫຼື ການໃຫ້ລິ້ງ

ຈຳກັດ (18 ປີຂຶ້ນໄປ)

  • ການສະແດງ ຫຼື ການສ້າງຄວາມປະທັບໃຈກ່ຽວກັບການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືກັບການພະນັນ, ເຊັ່ນ: ການຖ່າຍວິດີໂອຄົນກຳລັງຫຼິ້ນການພະນັນ ຫຼື ສ້າງຖ້ອຍຄຳທົ່ວໄປທີ່ເປັນພາບບວກກ່ຽວກັບການພະນັນ

ບໍ່ເຂົ້າເກນສຳລັບ FYF

  • ການສະແດງ ຫຼື ການສ້າງຄວາມປະທັບໃຈກ່ຽວກັບການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືກັບການພະນັນ, ເຊັ່ນ: ການຖ່າຍວິດີໂອຄົນກຳລັງຫຼິ້ນການພະນັນ ຫຼື ສ້າງຖ້ອຍຄຳທົ່ວໄປທີ່ເປັນພາບບວກກ່ຽວກັບການພະນັນ

ອະນຸຍາດ

  • ການຍົກເວັ້ນທີ່ຈຳກັດສຳລັບການໂຄສະນາທີ່ຈ່າຍເງິນ, ໂດຍປະຕິບັດຕາມຂໍ້ກຳນົດທັງໝົດຂອງ TikTok ແລະ ຂໍ້ຈໍາກັດ, ກົດໝາຍ ແລະ ຂໍ້ບັງຄັບກ່ຽວກັບການກຳນົດເປົ້າໝາຍອາຍຸທີ່ກ່ຽວຂ້ອງທັງໝົດ.

ເຄື່ອງດື່ມປະເພດມຶນເມົາ, ຢາສູບ ແລະ ຢາເສບຕິດ

ໃນຂະນະທີ່ຜູ້ໃຫຍ່ສາມາດຕັດສິນໃຈໄດ້ເອງກ່ຽວກັບວິທີທີ່ເຂົາເຈົ້າ ຈະພົວພັນກັບເຄື່ອງດື່ມປະເພດມຶນເມົາ, ຢາເສບຕິດ ແລະ ຢາສູບ ຫຼືບໍ່, ພວກເຮົາຮັບຮູ້ວ່າມີຄວາມສ່ຽງທີ່ກ່ຽວຂ້ອງກັບການຄ້າ ແລະ ການນໍາໃຊ້ສານເຫຼົ່ານີ້. ພວກເຮົາບໍ່ອະນຸຍາດໃຫ້ມີການຄ້າຂາຍ ກ່ຽວກັບສິ່ງມຶນເມົາ, ຜະລິດຕະພັນຢາສູບ ຫຼື ຢາເສບຕິດ. ພວກເຮົາຍັງບໍ່ອະນຸຍາດໃຫ້ສະແດງ, ຄອບຄອງ, ຫຼື ໃຊ້ຢາເສບຕິດ.

ພວກເຮົາຮັບຮູ້ວ່າສານເຫຼົ່ານີ້ສາມາດເຮັດໃຫ້ເຍົາວະຊົນມີຄວາມສ່ຽງສູງທີ່ຈະເປັນອັນຕະລາຍ. ພວກເຮົາບໍ່ອະນຸຍາດໃຫ້ສະແດງວ່າເຍົາວະຊົນມີ ຫຼື ໃຊ້ເຄື່ອງດື່ມປະເພດມຶນເມົາ, ຜະລິດຕະພັນຢາສູບ ຫຼື ຢາເສບຕິດ.

ເນື້ອຫາແມ່ນຈຳກັດ (18 ປີຂຶ້ນໄປ) ແລະ ບໍ່ເຂົ້າເກນສຳລັບ FYF ຖ້າມີການສົນທະນາກ່ຽວກັບຢາ ຫຼື ສານຄວບຄຸມອື່ນໆ, ສະແດງໃຫ້ເຫັນຜູ້ໃຫຍ່ທີ່ດື່ມສິ່ງມຶນເມົາໃນປະລິມານຫຼາຍເກີນໄປ, ຫຼື ສົ່ງເສີມຜະລິດຕະພັນຢາສູບ. ເນື້ອຫາແມ່ນຖືກຈຳກັດ (18 ປີຂຶ້ນໄປ) ຖ້າມັນສະແດງໃຫ້ຜູ້ໃຫຍ່ໃຊ້ຜະລິດຕະພັນຢາສູບ.

ຮຽນຮູ້ເພີ່ມເຕີມກ່ຽວກັບການໃຊ້ສານເສບຕິດ ແລະ ຊອກຫາຂໍ້ມູນສຳລັບຊັບພະຍາກອນການປິ່ນປົວ, ການຊ່ວຍເຫຼືອ ແລະ ການຟື້ນຟູ.

ຂໍ້ມູນເພີ່ມເຕີມ

ຜະລິດຕະພັນຢາສູບ ລວມເຖິງຜະລິດຕະພັນຢາສູບໄອລະເຫີຍ, ຜະລິດຕະພັນຢາສູບທີ່ບໍ່ມີຄວັນ ຫຼື ແບບໃຊ້ອັອກຊິເຈນເຜົາໄໝ້, ຜະລິດຕະພັນນິໂຄຕິນສັງເຄາະ, ຢາສູບໄຟຟ້າ ແລະ ອຸປະກອນທີ່ມີລະບົບການສົ່ງນິໂຄຕິນໄຟຟ້າອື່ນໆ.

ສານຄວບຄຸມ ລວມເຖິງຢາຕາມໃບສັ່ງແພດ, ຢາທີ່ມີຈຳໜ່າຍສະເພາະຕາມຮ້ານຂາຍຢາ, ກະປ໋ອງລົມອັດ (whippets), ແລະ nitrite poppers.

ບໍ່ອະນຸຍາດ

  • ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ຫຼື ການຊື້ເຄື່ອງດື່ມປະເພດມຶນເມົາ, ຜະລິດຕະພັນຢາສູບ, ຢາເສບຕິດ ຫຼື ສານເສບຕິດອື່ນໆ
  • ການຕະຫຼາດກ່ຽວກັບສິ່ງມຶນເມົາ, ຜະລິດຕະພັນຢາສູບ, ຢາເສບຕິດ ຫຼື ສານເສບຕິດອື່ນໆ ທີ່ຢູ່ໃນການຄວບຄຸມ
  • ການໃຫ້ຄໍາແນະນໍາກ່ຽວກັບວິທີເຮັດເຫຼົ້າດ້ວຍໂຕເອງ, ຢາເສບຕິດ ຫຼື ສານເສບຕິດອື່ນໆ
  • ການສະແດງ ຫຼື ສົ່ງເສີມ ເຍົາວະຊົນທີ່ຄອບຄອງ ຫຼື ບໍລິໂພກເຄື່ອງດື່ມປະເພດມຶນເມົາ, ຜະລິດຕະພັນຢາສູບ, ຢາເສບຕິດ ຫຼື ສານເສບຕິດອື່ນໆ ທີ່ຢູ່ໃນການຄວບຄຸມ
  • ການສະແດງ ຫຼື ສົ່ງເສີມ ຜູ້ໃຫຍ່ທີ່ບໍລິໂພກຢາເສບຕິດ ຫຼື ສານເສບຕິດອື່ນໆ ທີ່ຢູ່ໃນການຄວບຄຸມ ເພື່ອຈຸດປະສົງໃນການພັກຜ່ອນຢ່ອນອາລົມ
  • ການສະແດງການໃຊ້ເຄື່ອງໃຊ້ໃນຄົວເຮືອນທົ່ວໄປໃນທາງທີ່ຜິດ ຫຼື ຜະລິດຕະພັນທີ່ຂາຍຢູ່ຮ້ານຂາຍເພື່ອເຮັດໃຫ້ມຶນເມົາເຊັ່ນ: ຢາແກ້ແພ້, nutmeg, nitrous oxide canisters ຫຼື ກາວທີ່ໃຊ້ສຳລັບດົມ

ຈຳກັດ (18 ປີຂຶ້ນໄປ)

  • ການສົນທະນາກ່ຽວກັບຢາ ຫຼືສານຄວບຄຸມອື່ນໆ (ຕາບໃດທີ່ສານບໍ່ໄດ້ຖືກນໍາໃຊ້ ຫຼືສະແດງໃຫ້ເຫັນ)
  • ການສະແດງເຖິງການບໍລິໂພກສິ່ງມຶນເມົາໃນປະລິມານເກີນກຳນົດໂດຍຜູ້ໃຫຍ່
  • ການສົ່ງເສີມຜະລິດຕະພັນຢາສູບ
  • ການສະແດງເຖິງການບໍລິໂພກຜະລິດຕະພັນຢາສູບໂດຍຜູ້ໃຫຍ່
  • ການສົ່ງເສີມຜະລິດຕະພັນມຶນເມົາ

ບໍ່ເຂົ້າເກນສຳລັບ FYF

  • ການສົນທະນາກ່ຽວກັບຢາ ຫຼືສານຄວບຄຸມອື່ນໆ (ຕາບໃດທີ່ສານບໍ່ໄດ້ຖືກນໍາໃຊ້ ຫຼືສະແດງໃຫ້ເຫັນ)
  • ການສະແດງເຖິງການບໍລິໂພກສິ່ງມຶນເມົາໃນປະລິມານເກີນກຳນົດໂດຍຜູ້ໃຫຍ່
  • ການສົ່ງເສີມຜະລິດຕະພັນຢາສູບ

ອະນຸຍາດ

  • ການປູກຈິດສໍານຶກກ່ຽວກັບການໃຊ້ສານເສບຕິດໃນທາງທີ່ຜິດ ແລະ ແບ່ງປັນເລື່ອງການຟື້ນຕົວຈາກການໃຊ້ສານເສບຕິດ
  • ການຮຽກຮ້ອງໃຫ້ມີການປະຕິຮູບນະໂຍບາຍ ແລະ ກົດລະບຽບດ້ານຢາເສບຕິດ

ອາວຸດປືນ ແລະ ອາວຸດອັນຕະລາຍ

TikTok ແມ່ນສະຖານທີ່ທີ່ທ່ານອາດແບ່ງປັນ ຫຼື ຊອກຫາຂໍ້ມູນກ່ຽວກັບການນໍາໃຊ້ ແລະ ການຄອບຄອງອາວຸດປືນຢ່າງມີຄວາມຮັບຜິດຊອບ, ພ້ອມທັງໂອກາດທີ່ກ່ຽວຂ້ອງວ່າຈະເກີດອັນຕະລາຍທີ່ຮ້າຍແຮງ. ອາວຸດປືນ ແລະ ອາວຸດທີ່ເປັນວັດຖຸລະເບີດ ສາມາດເຮັດໃຫ້ບາດເຈັບສາຫັດ ຫຼື ເສຍຊີວິດໄດ້, ໂດຍສະເພາະເມື່ອຖືກນຳໃຊ້ໃນລັກສະນະທີ່ປະໝາດ ຫຼື ບໍ່ປອດໄພ. ພວກເຮົາບໍ່ອະນຸຍາດໃຫ້ມີການຄ້າ ຫຼື ການຕະຫຼາດ ກ່ຽວກັບອາວຸດປືນ ຫຼື ອາວຸດທີ່ເປັນວັດຖຸລະເບີດ ຫຼື ເນື້ອຫາທີ່ສະແດງໃຫ້ເຫັນ ຫຼື ສົ່ງເສີມອາວຸດເຫຼົ່ານີ້ ຖ້າຫາກວ່າພວກມັນບໍ່ໄດ້ຖືກນໍາໃຊ້ໃນສະພາບແວດລ້ອມທີ່ປອດໄພ ຫຼື ເໝາະສົມ.

ຂໍ້ມູນເພີ່ມເຕີມ

ອາວຸດປືນ ລວມມີອາວຸດປືນທີ່ຜະລິດແບບມືອາຊີບ, ອາວຸດປືນທີ່ສ້າງຂຶ້ນເອງ (ເຊັ່ນ: ghost guns ຫຼື ປືນພິມຈາກເຄື່ອງພິ່ມ 3 ມິຕິ), ເຄື່ອງປະກອບອາວຸດປືນ ແລະ ລູກປືນ.

ສະພາບແວດລ້ອມທີ່ປອດໄພ ຫຼື ເໝາະສົມ ລວມມີສະພາບແວດລ້ອມທີ່ເປັນມືອາຊີບ (ເຊັ່ນ: ທະຫານ ແລະ ຕຳຫຼວດ), ສະພາບແວດລ້ອມເພື່ອພັກຜ່ອນຢ່ອນອາລົມ (ເຊັ່ນ: ສະໜາມຍິງປືນ ແລະ ການລ່າສັດ), ບໍລິບົດການໃຫ້ຄວາມຮູ້ ແລະ ທີ່ເປັນສະພາບແວດລ້ອມສົມໝຸດ.

ບໍ່ອະນຸຍາດ

  • ການອໍານວຍຄວາມສະດວກໃຫ້ແກ່ການຄ້າຂາຍ ຫຼື ສະເໜີຄໍາແນະນໍາກ່ຽວກັບວິທີການຜະລິດອາວຸດປືນ ຫຼື ອາວຸດທີ່ເປັນວັດຖຸລະເບີດ
  • ການຕະຫຼາດກ່ຽວກັບອາວຸດປືນ ຫຼື ອາວຸດທີ່ເປັນວັດຖຸລະເບີດ
  • ການສະແດງ ຫຼື ສົ່ງເສີມອາວຸດປືນ ຫຼື ອາວຸດທີ່ເປັນວັດຖຸລະເບີດທີ່ບໍ່ໄດ້ໃຊ້ໃນບ່ອນປອດໄພ ຫຼື ເໝາະສົມ

ການ​ຄ້າຂາຍສິນ​ຄ້າຄວບຄຸມ​ ແລະ ​ການ​ບໍ​ລິ​ການ​ທີ່ຕ້ອງຫ້າມ

ສິນຄ້າ ແລະ ການບໍລິການທີ່ມີການຄວບຄຸມມັກມີບົດບາດທີ່ສຳຄັນ ແລະ ຈຳເປັນ. ແລ້ວມັນເປັນສິ່ງສຳຄັນທີ່ຈະເຂົ້າໃຈວ່າລາຍການເຫຼົ່ານີ້ຢູ່ໃນການຄວບຄຸມຍ້ອນເຫດຜົນໃດໜຶ່ງ. TikTok ບໍ່ແມ່ນສະຖານທີ່ສໍາລັບການກະທຳ ຫຼື ການຄ້າທີ່ຜິດກົດໝາຍ ຫຼື ຕະຫຼາດທີ່ບໍ່ເປັນທາງການ (ຕະຫຼາດມືດ). ພວກເຮົາບໍ່ອະນຸຍາດໃຫ້ມີການຄ້າຂາຍ ຫຼື ການຕະຫຼາດ ກ່ຽວກັບສິນຄ້າ ແລະ ການບໍລິການທີ່ມີການຄວບຄຸມ, ຖືກຫ້າມ ຫຼື ມີຄວາມສ່ຽງສູງ. ສິ່ງນີ້ລວມເຖິງສິ່ງມຶນເມົາ, ຜະລິດຕະພັນຢາສູບ, ສານທີ່ມີການຄວບຄຸມ, ອາວຸດປືນ ແລະ ອາວຸດອື່ນໆທີ່ເປັນອັນຕະລາຍ, ການບໍລິການທາງເພດ, ສັດ, ສິນຄ້າປອມ ແລະ ຄຳແນະນໍາກ່ຽວກັບວິທີການຜະລິດສານທີ່ມີການຄວບຄຸມ ຫຼື ອາວຸດປືນ.

ຂໍ້ມູນເພີ່ມເຕີມ

ການຄ້າ ລວມມີການຂາຍ, ການຊື້, ການສະເໜີໃຫ້ຕິດຕໍ່ຜ່ານຊ່ອງທາງອື່ນ, ການແລກປ່ຽນ ແລະ ການແຈກສິນຄ້າ ແລະ ການບໍລິການ. ສິ່ງເຫຼົ່ານີ້ລວມເຖິງມີການສະແດງຫນ້າເວບໄຊ້ ຫຼື ຕຳແໜ່ງທີ່ຢູ່ຂອງຮ້ານ, ການແບ່ງປັນຂໍ້ມູນການຕິດຕໍ່ ແລະ ການສະເໜີໃຫ້ຕິດຕໍ່ຜ່ານຊ່ອງທາງອື່ນເພື່ອໂຕ້ຕອບພາຍໃນ ຫຼື ນອກແພລັດຟອມ (ລວມທັງການສົ່ງຂໍ້ຄວາມໂດຍກົງ).

ຜະລິດຕະພັນຢາສູບ ລວມເຖິງຜະລິດຕະພັນຢາສູບໄອລະເຫີຍ, ຜະລິດຕະພັນຢາສູບທີ່ບໍ່ມີຄວັນ ແລະ ແບບໃຊ້ອັອກຊິເຈນເຜົາໃໝ້, ຜະລິດຕະພັນນິໂຄຕິນສັງເຄາະ, ຢາສູບໄຟຟ້າ ແລະ ລະບົບການຈັດສົ່ງນິໂຄຕິນໄຟຟ້າອື່ນໆ.

ສານຄວບຄຸມ ລວມເຖິງຢາຕາມໃບສັ່ງແພດ, ຢາທີ່ມີຈຳໜ່າຍສະເພາະຕາມຮ້ານຂາຍຢາ, ກະປ໋ອງລົມອັດ (whippets), ແລະ nitrite poppers.

ອາວຸດປືນ ລວມມີອາວຸດປືນທີ່ຜະລິດແບບມືອາຊີບ, ອາວຸດປືນທີ່ສ້າງຂຶ້ນເອງ (ເຊັ່ນ: ghost guns ຫຼື ປືນພິມຈາກເຄື່ອງພິ່ມ 3 ມິຕິ), ເຄື່ອງປະກອບອາວຸດປືນ ແລະ ລູກປືນ.

ບໍ່ອະນຸຍາດ

  • ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ຫຼື ການຕະຫຼາດ ກ່ຽວກັບສິນຄ້າ ແລະ ການບໍລິການທີ່ຢູ່ໃນການຄວບຄຸມ, ຖືກຫ້າມ ຫຼື ມີຄວາມສ່ຽງສູງ, ລວມທັງ:
    • ການພະນັນ ຫຼື ກິດຈະກຳທີ່ມີລັກສະນະຄ້າຍຄືກັບການພະນັນ
    • ເຄື່ອງດື່ມປະເພດມຶນເມົາ ແລະ ຜະລິດຕະພັນຢາສູບ
    • ຢາເສບຕິດທີ່ຜິດກົດໝາຍ, ຢາຕາມໃບສັ່ງແພດ ແລະ ຢາທີ່ມີຈຳໜ່າຍສະເພາະຕາມຮ້ານຂາຍຢາ, ຜະລິດຕະພັນຫຼຸດນໍ້າໜັກ ຫຼື ເພີ່ມກ້າມເນື້ອ ແລະ ສານເສບຕິດອື່ນໆ ທີ່ຢູ່ໃນການຄວບຄຸມ
    • ອາວຸດປືນ ແລະ ອາວຸດທີ່ເປັນວັດຖຸລະເບີດ
    • ສິນຄ້າປອມແປງຮຽນແບບເຊັ່ນ: ສິນຄ້າແບຣນເນມຕ່າງໆ
    • ເງິນປອມ, ເອກະສານ ແລະ ຂໍ້ມູນທີ່ຖືກລັກ
    • ການບໍລິການທີ່ເພີ່ມການມີສ່ວນຮ່ວມດ້ວຍປັນຍາປະດິດ
    • ການບໍລິການທາງເພດ, ລວມທັງການສະເໜີ ຫຼື ການຮ້ອງຂໍສໍາລັບການກະທຳ ທາງເພດ (ການຊັກຊວນທາງເພດ), ການສົນທະນາທາງເພດ, ຮູບພາບ, ຮູບລາມົກ, ເນື້ອຫາສະເພາະຂອງສະມາຊິກ ແລະ ການຖ່າຍທອດເນື້ອຫາຂອງຜູ້ໃຫຍ່ຜ່ານທາງເວັບແຄມ, ເຊັ່ນ: ການແກ້ເຄື່ອງ, ການຖ່າຍແບບໂປ້ເປືອຍ ຫຼື ການຊ່ວຍຕົວເອງ (sexcamming)
    • ສັດປ່າທີ່ມີຊີວິດ ແລະ ພາກສ່ວນໃດໜຶ່ງຂອງສັດທີ່ໃກ້ຈະສູນພັນເຊັ່ນ: ຜະລິດຕະພັນ ແລະ ຢາທີ່ເຮັດຈາກງາຊ້າງ, ກະດູກເສືອ, ແຮດ ຫຼື ອອງເຕົ່າທະເລ
    • ລາຍການໃດກໍຕາມທີ່ສົ່ງເສີມຄຳເວົ້າທີ່ສະແດງຄວາມກຽດຊັງ, ແນວຄວາມຄິດທີ່ສະແດງຄວາມກຽດຊັງ ຫຼື ອົງກອນທີ່ສະແດງຄວາມກຽດຊັງເຊັ່ນ: ປຶ້ມ ຫຼື ເຄື່ອງນຸ່ງທີ່ມີໂລໂກ້ທີ່ສະແດງຄວາມກຽດຊັງ

ການເປີດເຜີຍການຄ້າ ແລະ ການຕະຫຼາດ ທີ່ຕ້ອງມີການຈ່າຍເງິນ

ພວກເຮົາໃຫ້ຄ່າແກ່ມຸມມອງທີ່ເປັນຈິງ ແລະ ຕ້ອງການໃຫ້ການສົນທະນາໃນ TikTok ກ່ຽວກັບຜະລິດຕະພັນ ແລະ ການບໍລິການດຳເນີນການຢ່າງເປີດເຜີຍ ແລະ ຊື່ສັດ. ເພື່ອຫຼີກລ່ຽງການເຮັດໃຫ້ຄົນເຂົ້າໃຈຜິດ, ມັນເປັນສິ່ງສໍາຄັນທີ່ຈະຮັບຮູ້ສິ່ງຈຳເປັນສຳລັບຄວາມສໍາພັນທີ່ອາດຈະກ່ຽວຂ້ອງກັບຄວາມໜ້າເຊື່ອຖືຂອງຄໍາຖະແຫຼງຂອງທ່ານ. ຖ້າທ່ານເຮັດການຕະຫຼາດສຳລັບທຸລະກິດ, ຜະລິດຕະພັນ ຫຼື ການບໍລິການ, ທ່ານຕ້ອງເປີດເຜີຍມັນໂດຍນໍາໃຊ້ການຕັ້ງຄ່າການເປີດເຜີຍເນື້ອຫາ. ສິ່ງນີ້ລວມເຖິງການເຮັດການຕະຫຼາດສຳລັບຕົນເອງ ຫຼື ແບຣນ,​ ຜະລິດຕະພັນ ຫຼື ການບໍລິການຂອງພາກສ່ວນທີສາມ ເພື່ອແລກປ່ຽນກັບເງິນ ຫຼື ສິ່ງຈູງໃຈອື່ນໆ. ເນື້ອຫາທາງການຕະຫຼາດແມ່ນບໍ່ເຂົ້າເກນສຳລັບ FYF ຖ້າມັນບໍ່ຖືກເປີດເຜີຍໂດຍນໍາໃຊ້ການຕັ້ງຄ່າການເປີດເຜີຍເນື້ອຫາ. ສໍາລັບການພົວພັນທາງສື່ອື່ນໆ, ທ່ານຕ້ອງເປີດເຜີຍຢ່າງຈະແຈ້ງກ່ຽວກັບການເຊື່ອມໂຍງດັ່ງກ່າວ.

ພວກເຮົາບໍ່ອະນຸຍາດໃຫ້ມີຮູບແບບການຕະຫຼາດທາງການເມືອງທີ່ໄດ້ຮັບຄ່າຈ້າງໃນ TikTok. ຮຽນຮູ້ເພີ່ມເຕີມກ່ຽວກັບຜູ້ທີ່ຖືກຖືວ່າເປັນ ບັນຊີຂອງລັດຖະບານ, ນັກການເມືອງ ແລະ ພັກການເມືອງ.

ຂໍ້ມູນເພີ່ມເຕີມ

ຄວາມສຳພັນທີ່ສຳຄັນ ໝາຍເຖິງຄວາມສຳພັນທີ່ອາດມີຜົນກະທົບໃຫຍ່ຫຼວງຕໍ່ຄວາມໜ້າເຊື່ອຖືຂອງການນໍາສະເໜີ ຫຼື ການຮອງຮັບໃດໜຶ່ງ. ສິ່ງນີ້ອາດລວມເຖິງຄວາມສຳພັນສ່ວນຕົວ, ຄອບຄົວ, ການຈ້າງງານ ແລະ ການພົວພັນດ້ານການເງິນ.

ການເປີດເຜີຍ ແມ່ນຄຳເວົ້າຊັດເຈນທີ່ອະທິບາຍລັກສະນະທາງການຄ້າຂອງເນື້ອຫາຂອງທ່ານ ຫຼື ຄວາມສຳພັນຂອງທ່ານກັບພາກສ່ວນທີສາມ.

ການຈ່າຍເງິນ ຫຼື ສິ່ງຈູງໃຈອື່ນໆ ອາດຈະໝາຍເຖິງການຊໍາລະເງິນສົດ, ຜະລິດຕະພັນຟຣີ, ເຄຣດິດໃນຮ້ານຄ້າ, ສ່ວນຫຼຸດ ແລະ ການເຂົ້າເຖິງພິເສດຕໍ່ຜະລິດຕະພັນ, ບໍລິການ ຫຼື ກິດຈະກໍາຕ່າງໆ.

ການເປີດເຜີຍທີ່ຈຳເປັນ (ນໍາໃຊ້ການຕັ້ງຄ່າການເປີດເຜີຍເນື້ອຫາ)

  • ເນື້ອຫາທີ່ເຮັດການຕະຫຼາດສຳລັບທຸລະກິດ, ຜະລິດຕະພັນ ຫຼື ການບໍລິການຂອງທ່ານ
  • ເນື້ອຫາທີ່ເຮັດການຕະຫຼາດໃຫ້ແບຣນຂອງພາກສ່ວນທີສາມ ຫຼື ທຸລະກິດ, ຜະລິດຕະພັນ ຫຼື ການບໍລິການເພື່ອແລກປ່ຽນກັບເງິນ ຫຼື ສິ່ງຈູງໃຈອື່ນໆ
  • ຄວາມສຳພັນທີ່ສຳຄັນອື່ນໆ, ເຊັ່ນ: ການວິໄຈກ່ຽວກັບະລິດຕະພັນ, ການບໍລິການ ຫຼື ອຸດສາຫະກຳ ເມື່ອທ່ານມີຄວາມສຳພັນ ຫຼື ຄວາມເຊື່ອມໂຍງກັບບໍລິສັດ ຫຼື ອຸດສາຫະກຳທີ່ກ່ຽວຂ້ອງໃນການຜະລິດ ຫຼື ການຂາຍຜະລິດຕະພັນ ຫຼື ການບໍລິການນັ້ນ, ໂດຍມີການເປີດເຜີຍຢ່າງຊັດເຈນໃນຄຳອະທິບາຍ, ລາຍນໍ້າ ຫຼື ສະຕິກເກີ

ບໍ່ເຂົ້າເກນສຳລັບ FYF

  • ເນື້ອຫາການຕະຫຼາດທີ່ບໍ່ຖືກເປີດເຜີຍໂດຍນໍາໃຊ້ການຕັ້ງຄ່າການເປີດເຜີຍເນື້ອຫາ

ການສໍ້ໂກງ ແລະ ການຫຼອກລວງ

ພວກເຮົາຕ້ອງການໃຫ້ທ່ານສາມາດນໍາໃຊ້ TikTok ເພື່ອຮຽນຮູ້ວິທີການຮັບຜິດຊອບທາງດ້ານການເງິນ ແລະ ພິຈາລະນາການເຮັດທຸລະກໍາທາງເສດຖະກິດ ຫຼື ໂອກາດການລົງທຶນ, ໂດຍບໍ່ມີການກັງວົນກ່ຽວກັບການຫຼອກລວງ ຫຼື ການຖືກໃຊ້ປະໂຫຍດທາງດ້ານການເງິນ. ພວກເຮົາບໍ່ອະນຸຍາດໃຫ້ມີການພະຍາຍາມຫຼອກລວງ ຫຼື ຫຼອກລວງສະມາຊິກໃນຊຸມຊົນຂອງພວກເຮົາ.

ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການ ລະບຸການຫຼອກລວງອອນລາຍ ແລະ ປ້ອງກັນຕົວທ່ານເອງ.

ຂໍ້ມູນເພີ່ມເຕີມ

ການສໍ້ໂກງ ແລະ ການຫຼອກລວງ ແມ່ນການກະທຳທີ່ຫຼອກລວງ ແລະ ຕົວະທີ່ມັກໃຊ້ປະໂຫຍດຈາກຜູ້ອື່ນເພື່ອຜົນປະໂຫຍດທາງການເງິນ ຫຼື ເພື່ອຂໍຂໍ້ມູນສ່ວນຕົວຂອງບຸກຄົນ.

ບໍ່ອະນຸຍາດ

  • ການອຳນວຍຄວາມສະດວກໃຫ້ແກ່ການຫຼອກລວງທາງການເງິນ ແລະ ບຸກຄົນ, ການລັກຕົວຕົນ ຫຼື ການຫຼອກລວງທາງອິນເຕີເນັດ ແລະ ການຫຼອກລວງທີ່ກ່ຽວຂ້ອງກັບການລົງທຶນ, ທຸລະກໍາທາງດ້ານການເງິນ ຫຼື ວຽກງານ
  • ການປະສານງານ, ການອໍານວຍຄວາມສະດວກ ຫຼື ຄໍາແນະນໍາກ່ຽວກັບການປະຕິບັດການຫຼອກລວງ
  • ການອຳນວຍຄວາມສະດວກໃຫ້ແກ່ການສໍ້ໂກງທີ່ເປັນອົງການຈັດຕັ້ງ ເຊັ່ນ: ການຟອກເງິນ ຫຼື ການເຄື່ອນຍ້າຍເງິນທີ່ໄດ້ມາຢ່າງຜິດກົດໝາຍໃຫ້ຜູ້ອື່ນ (ການສໍ້ໂກງເງິນ)
  • ການຮັບສະໝັກບໍລິສັດທີ່ຂາຍຜະລິດຕະພັນ ຫຼື ບໍລິການໃນຮູບແບບປີລະມິດ ຜ່ານຜູ້ຈັດຈໍາຫນ່າຍອິດສະຫຼະ (ການຕະຫຼາດຫຼາຍລະດັບ ຫຼື MLM)
  • ການອຳນວຍຄວາມສະດວກໃຫ້ແກ່ການຄ້າເງິນປອມ, ເອກະສານ ແລະ ຂໍ້ມູນທີ່ຖືກລັກ