TikTok LogoTikTok Logo
ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ

ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ

ແຈ້ງການ 17 ເມສາ 2024

ມີຜົນນໍາໃຊ້ 17 ພຶດສະພາ 2024

ພວກເຮົາຮູ້ວ່າການປົກປ້ອງສິດຄວາມເປັນສ່ວນຕົວ ແລະ ຂໍ້ມູນສ່ວນຕົວຂອງທ່ານ ແລະ ການຮັກສາແພລັດຟອມຂອງພວກເຮົາໃຫ້ປອດໄພ, ແມ່ນສໍາຄັນຕໍ່ການຮັກສາຄວາມໄວ້ວາງໃຈ ແລະ ຮັບປະກັນຄວາມປອດໄພຂອງທ່ານ.

ຂໍ້ມູນສ່ວນຕົວ

ເນື້ອຫາທີ່ແບ່ງປັນອອນລາຍອາດຈະຖືກເບິ່ງເຫັນໂດຍທຸກຄົນ ແລະ ສາມາດເຂົ້າເຖິງໄດ້ຢ່າງກວ້າງຂວາງ. ພວກເຮົາມຸ່ງໝັ້ນທີ່ຈະເຮັດໃຫ້ແນ່ໃຈວ່າຂໍ້ມູນສ່ວນຕົວໃດໆທີ່ແບ່ງປັນໂດຍເຈດຕະນາ ຫຼື ໂດຍບັງເອີນໃນ TikTok ບໍ່ໄດ້ນໍາໄປສູ່ອັນຕະລາຍ. ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ປະກອບມີຂໍ້ມູນສ່ວນຕົວທີ່ອາດຈະ ສ້າງ ຄວາມສ່ຽງຂອງການເຝົ້າຕິດຕາມ, ຄວາມຮຸນແຮງ, ການຫຼອກລວງທາງອິນເຕີເນັດ, ການສໍ້ໂກງ, ລັກຕົວຕົນ ຫຼື ການໃຊ້ປະໂຫຍດທາງດ້ານການເງິນ. ສິ່ງນີ້ລວມເຖິງເນື້ອຫາທີ່ຄົນບາງຄົນໄດ້ໂພສດ້ວຍຕົນເອງ ຫຼື ວ່າເຂົາເຈົ້າຍິນຍອມໃຫ້ຄົນອື່ນແບ່ງປັນ.

ຖ້າທ່ານເຊື່ອວ່າທ່ານປະສົບກັບການລະເມີດຄວາມເປັນສ່ວນຕົວ, ທ່ານສາມາດ ລາຍງານມັນໄດ້.

ຂໍ້ມູນເພີ່ມເຕີມ

ບໍ່ອະນຸຍາດ

  • ເບີໂທລະສັບສ່ວນຕົວ ແລະ ທີ່ຢູ່ເຮືອນທີ່ບໍ່ແມ່ນສາທາລະນະ
  • ຂໍ້ມູນທາງການເງິນ ແລະ ການຈ່າຍເງິນ ເຊັ່ນ: ບັນຊີທະນາຄານ ຫຼື ເລກບັດເຄຣດິດ
  • ຂໍ້ມູນການເຂົ້າສູ່ລະບົບ, ເຊັ່ນ: ຊື່ຜູ້ໃຊ້ ຫຼື ລະຫັດຜ່ານ
  • ເອກະສານປະຈຳຕົວ, ບັດ ຫຼື ໝາຍເລກ, ເຊັ່ນ: ໜັງສືຜ່ານແດນ, ບັດປະຈຳຕົວທີ່ລັດຖະບານອອກໃຫ້ ຫຼື ໝາຍເລກປະກັນສັງຄົມ
  • ການຂົ່ມຂູ່ ຫຼື ການສະໜັບສະໜຸນໃຫ້ແບ່ງປັນຂໍ້ມູນສ່ວນຕົວ ຫຼື ການແຮັກບັນຊີ

ຄວາມປອດໄພຂອງແພລັດຟອມ

ພວກເຮົາເຮັດວຽກຢ່າງໜັກເພື່ອປົກປ້ອງ ແລະ ຮັກສາຄວາມປອດໄພຂອງທ່ານ ແລະ ຂໍ້ມູນໃນ TikTok. ພວກເຮົາບໍ່ອະນຸຍາດ: (1) ເຂົ້າເຖິງສ່ວນໃດໜື່ງຂອງ TikTok ຜ່ານວິທີການທີ່ບໍ່ໄດ້ຮັບອະນຸຍາດ; (2) ຄວາມພະຍາຍາມທີ່ຈະໄດ້ຮັບຂໍ້ມູນທີ່ລະອຽດອ່ອນ, ເປັນຄວາມລັບ, ທາງການຄ້າ ຫຼື ຂໍ້ມູນສ່ວນຕົວ; ຫຼື (3) ການລະເມີດຄວາມປອດໄພ, ຄວາມຊື່ສັດ ຫຼື ຄວາມໜ້າເຊື່ອຖືຂອງແພັດຟອມຂອງພວກເຮົາ.

ທ່ານຄວນຫຼີກລ່ຽງການກົດລີ້ງທີ່ໜ້າສົງໄສ ຫຼື ຕອບສະໜອງການຮ້ອງຂໍສໍາລັບຂໍ້ມູນກ່ຽວກັບລາຍລະອຽດບັນຊີ, ລະຫັດຜ່ານ, ຄຸນສົມບັດໃນການຢືນຢັນ, ຂໍ້ມູນທາງການເງິນ ຫຼື ຂໍ້ມູນສ່ວນບຸກຄົນອື່ນໆຂອງທ່ານ. ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການຂອງພວກເຮົາຕໍ່ຄວາມເປັນສ່ວນຕົວ ແລະ ຄວາມປອດໄພໃນແພລັດຟອມ.

ຂໍ້ມູນເພີ່ມເຕີມ

ບໍ່ອະນຸຍາດ

  • ການໃຫ້ຄົນອື່ນສາມາດເຂົ້າເຖິງຂໍ້ມູນເຂົ້າສູ່ລະບົບບັນຊີຂອງທ່ານ ຫຼື ການເຮັດໃຫ້ຄົນອື່ນສາມາດດຳເນີນກິດຈະກຳຕ່າງໆທີ່ລະເມີດກົດລະບຽບຂອງພວກເຮົາ
  • ການເຂົ້າເຖິງແພລັດຟອມຂອງພວກເຮົາໃນທາງທີ່ບໍ່ໄດ້ຮັບອະນຸຍາດ ຫຼື ການສ້າງສະບັບປອມຂອງແພລັດຟອມຂອງພວກເຮົາ
  • ການແບ່ງປັນໄຟລ໌, ເນື້ອຫາ ແລະ ຂໍ້ຄວາມທີ່ເປັນອັນຕະລາຍທີ່ມີໄວຣັສ, ມ້າໂທຈັນ, ວອມ, ລະເບີດຕັກກະ ຫຼື ວັດຖຸອື່ນທີ່ອາດຈະເປັນອັນຕະລາຍຕໍ່ຄວາມປອດໄພທາງອິນເຕີເນັດ
  • ຄວາມພະຍາຍາມທີ່ຈະໄດ້ຮັບຂໍ້ມູນສ່ວນຕົວ (ເຊັ່ນ: ຂໍ້ມູນຮັບຮອງການເຂົ້າສູ່ລະບົບ) ຫຼື ເຂົ້າເຖິງເນື້ອຫາ, ບັນຊີ, ລະບົບ ຫຼື ຂໍ້ມູນໂດຍຜ່ານການນໍາໃຊ້ເຕັກນິກການຫຼອກລວງໃດໆ (ເຊັ່ນ: ການຫຼອກລວງທາງອິນເຕີເນັດ, ການຫຼອກລວງທາງຂໍ້ຄວາມ, ສະຄຮິບອັດຕະໂນມັດ ຫຼື ການລວບລວມຂໍ້ມູນທາງເວັບ)
  • ການແກ້ໄຂ, ປັບປ່ຽນ, ການແປ, ວິສະວະກໍາຍ້ອນກັບ, ການຖອດປະກອບ, ແຍກ ຫຼື ການສ້າງຜະລິດຕະພັນຮຽນແບບຈາກ TikTok, ລວມທັງໄຟລ໌, ຕາຕະລາງ ຫຼື ເອກະສານຕ່າງໆ ແລະ ພະຍາຍາມສ້າງລະຫັດແຫຼ່ງທີ່ມາ, ສູດການຄິດໄລ່, ວິທີການ ຫຼື ເຕັກນິກຕ່າງໆໃນ TikTok